บทความ

กำลังแสดงโพสต์จาก มกราคม, 2017

ຮິດສິບສອງຄອງສິບສີ່

รูปภาพ
# ຮີດ12ຄອງ14 ຄຳວ່າ "ຮີດ 12 ຄອງ 14" ທີ່ພວກເຮົາໄດ້ຍິນຜູ້ເຖົ້າເພິ່ນມັກເວົ້າ ແຕ່ຫລາຍຄົນອາດຈະຍັງບໍ່ທັນຮູ້ຄວາມໝາຍທີ່ແທ້ຈິງຂອງມັນ. ເຊິ່ງ ຄວາມໝາຍຂອງຮີດ 12 ຄອງ 14 ມີຢູ່ວ່າ: ຮີດ ແປວ່າ: ແບບຢ່າງ ລື ປະເພນີທີ່ເຄີຍປະພຶດສືບທອດກັນມາແຕ່ບູຮານນະການ ຈົນເຖິງປັດຈຸບັນ ທັງພາສາເວົ້າ ແລະ ພາສາຂຽນ ເພິ່ນນິຍົມເວົ້າ ແລະຂຽນຄຳວ່າ: ຮີດຄອງປະເພນີ (ຈາຮີດນິຍົມ) ລວມເຂົ້າກັນເປັນຄຳດຽວຄຳວ່າ ຂະນົບທຳນຽມ ແປເອົາໃຈຄວາມແລ້ວກໍແມ່ນປະເພນີທີ່ເຄີຍປະຕິບັດສືບທອດກັນມານັ້ນ ເອງ. ຮີດ ມາຈາກຄຳບາລີທີ່ວ່າ: ຈາປິດຕະ ເປັນໄດ້ທັງຄຳນາມ ແລະ ຄຳກະລິຍາ ຮີດ12 ໝາຍເຖິງປະເພນີພິທີກຳ (ຫລື ການເຮັດບຸນປະຈຳເດືອນ) ຂອງປະຊາຊົນລາວບັນດາເຜົ່າພາຍໃນ 12ເດືອນ ເພິ່ນຈະນັບເອົາຕາມເດືອນລາວ ບໍ່ແມ່ນເດືອນສາກົນ ເປັນຕົ້ນແມ່ນ: 1. ເດືອນຈຽງ: ຈະມີພິທີລ້ຽງຜີຟ້າຜີແຖນ ນິມົນພະສົງອົງຄະເຈົ້າເຂົ້າປະລິວາດຊະກຳ. 2. ເດືອນຍີ່: ຈະມີພິທີເຮັດບຸນເຂົ້າຄູນລານ (ບຸນກິນຈຽງ) ເຜົ່າມົ້ງ, ບຸນງະ ບຸນລະປືມ(ລາວເທິງພາກໃຕ້) ບຸນກະເລີ (ລາວເທິງພາກເໜືອ) 3. ເດືອນສາມເພັງ: ເຮັດບຸນເຂົ້າຈີ່ ບຸນມາຂະບູຊາ ບຸນວັດພູຈຳປາສັກ 4. ເດືອນສີ່: ເຮັດບຸນພະເວດ ຫຼື ບຸນມະຫາຊາດ 5. ເດືອນຫ້າ: ເຮັດບຸນປີໃໝ່ລາວ ຫຼື ບຸນກຸດສົງການ ...

ຄຳສອນຂອງພໍ່....

ມື້ທີ່ເງິນເດືອນອອກ ໃຫ້ຈົດບັນທຶກລາຍຮັບ-ລາຍຈ່າຍທັງໝົດ ແລ້ວສະຫຼຸບອອກມາ ເຮົາຈຶ່ງຮູ້ວ່າເງິນເຮົາໝົດໄປນຳລາຍຈ່າຍໃດຫຼາຍທີ່ສຸດ, ການສະຫຼຸບບັນຊີຈະເຮັດໃຫ້ເຮົາຮູ້ວ່າ ຄວນຕັດລາຍຈ່າຍອັນໃດ ທີ່ເຮົາໃຊ້ເງິນໄປໂດຍບໍ່ເກີດປະໂຫຍດ. ຫຼັງຈາກນັ້ນແຍກເງິນເປັນພູດ ຂ້ອຍເຫັນພໍ່ມັດເງິນເປັນຈຸກ , ເຂົ້າບັນຊີ, ຄ່ານ້ຳ ຄ່າໄຟ, ຄ່າຮຽນລູກ, ເງິນເຈັບເປັນ, ເຮັດບຸນ, ທ່ອງທ່ຽວ, ເງິນສຸກເສີນ ແລະ ອື່ນໆ, ເຫຼືອຈາກນັ້ນ ພໍ່ຈຶ່ງເອົາໃຫ້ແມ່ ແລະ ລູກ ແລ້ວຈຶ່ງເອົາໃສ່ກະເປົາເງິນຂອງຕົນ. ມື້ເງິນເດືອນອອກ ພໍ່ບໍ່ພາພວກຂ້ອຍໄປຊັອບປີ້ງ, ບໍ່ພາໄປກິນເຂົ້ານອກເຮືອນ, ບໍ່ພາໄປໃສເລີຍ. ແຕ່ຈະພາໄປມື້ທຳມະດາ, ທີ່ມີເງິນພໍຕິດກະເປົາ ເຫດຜົນຂອງພໍ່ ແມ່ນເຮົາຈະສັ່ງອາຫານໜ້ອຍລົງ, ຊື້ເຄື່ອງໜ້ອຍລົງ ຕາມຈຳນວນເງິນໃນກະເປົາ. ( ແຕ່ບາງຄັ້ງ ຂ້ອຍເຫັນພໍ່ຊື້ສິ່ງທີ່ຄອບຄົວຢາກໄດ້ ໂດຍທີ່ຕົນເອງບໍ່ເອົາຫຍັງເລີຍ) ພໍ່ບໍ່ພາພວກຂ້ອຍໄປທ່ອງທ່ຽວ ໃນຊ່ວງທີ່ໄດ້ເງິນເປັນຫົວ ຫຼື ທ້ອນເງິນໄດ້ຫຼາຍໆ ແຕ່ຈະພາໄປຊ່ວງທີ່ ມີເງິນພໍດີຄ່າເດີນທາງ, ຄ່າກິນຢູ່ ເທົ່ານັ້ນ ເຫດຜົນແມ່ນ... ໄປຊ່ວງທີ່ສາມາດພັກວຽກໄດ້ ໂດຍບໍ່ຖິ້ມພາລະໄວ້ໃຫ້ຄົນອື່ນ ສະພາບຮ່າງກາຍແຂງແຮງ ພ້ອມອອກເດີນທາງ. ໄປແບບປະຢັດ , ໄດ້ຍ່າງ , ໄດ້ແລ່ນ , ...

ລວມຮູບສາວລາວໜ້າຮັກສຸດໆ

รูปภาพ
ເລີ່ມຈາກ ນາງ ບາບີ້ ກ່ອນເນາະ ໜ້າຮັກອີກແລ້ວ ລະວັງມົດເດີ!  ຄ່ອຍໆແດ່ເດີດ໋ຽວລົ້ມ ສຸດໆເລີຍ💗💗💗 อ่ะ ให้!! ຢາກກ່ຽວຊ່ວຍເດ สายตาเธอ ພໍສ່ຳນີ້ກ່ອນເນາະ! ຂອບໃຈທີ່ເບິ່ງ

ບູຮານຄະດີ ແລະ ປະຫວັດສາດລາວ “ສັງລວມ ຊະຕາກຳຂອງແຜ່ນດິນລາວ

รูปภาพ
By: Sengdao  ສົມເດັດພະເຈົ້າຟ້າງຸ່ມ ແຫລ່ງຫລ້າທໍລະນີ ໄດ້ທ້ອນໂຮມຊາດລາວ ໄດ້ຂີດຫມາຍເຂດນ້ຳແດນດິນລາວໃຫ້ປາກົດເປັນປະເທດລາວຂື້ນເທື່ອທຳອິດ ຢູ່ສຸວັນນະພູມປະເທດ( ຢູ່ແຫລມອິນດີຈີນ) ໃນປີ ຄສ 1353 ປີ ພ.ສ 1596 ເຊີ່ງນັບມາເຖີງ ຄສ 2017  ນີ້ກໍ່ເປັນເວລາ 664 ປີນີ້ແລ້ວ ທີ່ຄົນລາວເຮົາມີແຜ່ນດິນອາໄສຢູ່ ແລ ມີຊາດລາວຄືທຸກມື້ນີ ໄລຍະເວລາ 645 ປີ ຂອງແຜ່ນດິນລາວໄດ້ມີການປ່ຽນແປງຄື: ປີ ຄສ 1707 ປີ ພສ 2250 ດິນລາວໄດ້ແບ່ງອອກເປັນ2ອານາຈັກຄື: ອານາຈັກຫລວງພະບາງແລະອານາຈັກວຽງຈັນ ປີ ຄສ 1713 ປີ ພສ 2256 ດິນລາວໄດ້ແບ່ງອອກເປັນ 3ອານາຈັກຄື ອານາຈັກຫລວງພະບາງ ອານາຈັກວຽງຈັນ ແລະ ອານາຈັກຈຳປາສັກ ປີ ຄສ 1779 ປີ ພສ 2342 ດິນລາວທັງສາມອານາຈັກ ໄດ້ຖືກສະຫຍາມຍຶດເອົາທັງຫມົດ ແລ້ວໄທກໍຫາທຸກວິທີທາງເພື່ອຈະກືນກິນລາວແລະບໍ່ໃຫ້ມີຊື່ຄຳວ່າ “ລາວ“ ຢູ່ໃນໂລກ ຊາຕາກັມຂອງລາວໃນຂະນະນີ້ກຳລັງຈະສີ້ນເຊື້ອຫມົດຊາດ ປີ ຄສ 1891 ໄທສະຫຍາມ ໄດ້ແບ່ງດິນລາວອອກເປັນ4ກອງເພື່ອງ່າຍແກ່ການປົກຄອງ ປີ ຄສ 1893 ຝຣັ່ງເສດ ໄດ້ຍຶດເອົາດິນລາວສະເພາະຢູ່ທາງຝັ່ງຊ້າຍຂອງແມ່ນຳ້ຂອງ ຈາກໄທສະຫຍາມແລະນັບແຕ່ບັດນັ້ນມາດິນລາວຈຶ່ງຖືກຕັດແບ່ງອອກເປັນ2ແຜ່ນດິນຄື ຝັ່ງຊ້າຍຂອງແມ່ນຳ້ຂອງ 3/5ແມ່ນ F ຍຶດຄອງດິນລາວ ຢູ່ທາງຝັ່ງຂວາຂ...