ບູຮານຄະດີ ແລະ ປະຫວັດສາດລາວ “ສັງລວມ ຊະຕາກຳຂອງແຜ່ນດິນລາວ
By: Sengdao ສົມເດັດພະເຈົ້າຟ້າງຸ່ມ ແຫລ່ງຫລ້າທໍລະນີ ໄດ້ທ້ອນໂຮມຊາດລາວ ໄດ້ຂີດຫມາຍເຂດນ້ຳແດນດິນລາວໃຫ້ປາກົດເປັນປະເທດລາວຂື້ນເທື່ອທຳອິດ ຢູ່ສຸວັນນະພູມປະເທດ( ຢູ່ແຫລມອິນດີຈີນ) ໃນປີ ຄສ 1353 ປີ ພ.ສ 1596 ເຊີ່ງນັບມາເຖີງ ຄສ 2017 ນີ້ກໍ່ເປັນເວລາ 664 ປີນີ້ແລ້ວ ທີ່ຄົນລາວເຮົາມີແຜ່ນດິນອາໄສຢູ່ ແລ ມີຊາດລາວຄືທຸກມື້ນີ ໄລຍະເວລາ 645 ປີ ຂອງແຜ່ນດິນລາວໄດ້ມີການປ່ຽນແປງຄື: ປີ ຄສ 1707 ປີ ພສ 2250 ດິນລາວໄດ້ແບ່ງອອກເປັນ2ອານາຈັກຄື: ອານາຈັກຫລວງພະບາງແລະອານາຈັກວຽງຈັນ ປີ ຄສ 1713 ປີ ພສ 2256 ດິນລາວໄດ້ແບ່ງອອກເປັນ 3ອານາຈັກຄື ອານາຈັກຫລວງພະບາງ ອານາຈັກວຽງຈັນ ແລະ ອານາຈັກຈຳປາສັກ ປີ ຄສ 1779 ປີ ພສ 2342 ດິນລາວທັງສາມອານາຈັກ ໄດ້ຖືກສະຫຍາມຍຶດເອົາທັງຫມົດ ແລ້ວໄທກໍຫາທຸກວິທີທາງເພື່ອຈະກືນກິນລາວແລະບໍ່ໃຫ້ມີຊື່ຄຳວ່າ “ລາວ“ ຢູ່ໃນໂລກ ຊາຕາກັມຂອງລາວໃນຂະນະນີ້ກຳລັງຈະສີ້ນເຊື້ອຫມົດຊາດ ປີ ຄສ 1891 ໄທສະຫຍາມ ໄດ້ແບ່ງດິນລາວອອກເປັນ4ກອງເພື່ອງ່າຍແກ່ການປົກຄອງ ປີ ຄສ 1893 ຝຣັ່ງເສດ ໄດ້ຍຶດເອົາດິນລາວສະເພາະຢູ່ທາງຝັ່ງຊ້າຍຂອງແມ່ນຳ້ຂອງ ຈາກໄທສະຫຍາມແລະນັບແຕ່ບັດນັ້ນມາດິນລາວຈຶ່ງຖືກຕັດແບ່ງອອກເປັນ2ແຜ່ນດິນຄື ຝັ່ງຊ້າຍຂອງແມ່ນຳ້ຂອງ 3/5ແມ່ນ F ຍຶດຄອງດິນລາວ ຢູ່ທາງຝັ່ງຂວາຂ...
ความคิดเห็น
แสดงความคิดเห็น