ຄຳສອນຂອງພໍ່....


ມື້ທີ່ເງິນເດືອນອອກ
ໃຫ້ຈົດບັນທຶກລາຍຮັບ-ລາຍຈ່າຍທັງໝົດ
ແລ້ວສະຫຼຸບອອກມາ
ເຮົາຈຶ່ງຮູ້ວ່າເງິນເຮົາໝົດໄປນຳລາຍຈ່າຍໃດຫຼາຍທີ່ສຸດ,
ການສະຫຼຸບບັນຊີຈະເຮັດໃຫ້ເຮົາຮູ້ວ່າ
ຄວນຕັດລາຍຈ່າຍອັນໃດ
ທີ່ເຮົາໃຊ້ເງິນໄປໂດຍບໍ່ເກີດປະໂຫຍດ.
ຫຼັງຈາກນັ້ນແຍກເງິນເປັນພູດ
ຂ້ອຍເຫັນພໍ່ມັດເງິນເປັນຈຸກ ,
ເຂົ້າບັນຊີ, ຄ່ານ້ຳ ຄ່າໄຟ, ຄ່າຮຽນລູກ,
ເງິນເຈັບເປັນ, ເຮັດບຸນ, ທ່ອງທ່ຽວ, ເງິນສຸກເສີນ ແລະ ອື່ນໆ,
ເຫຼືອຈາກນັ້ນ ພໍ່ຈຶ່ງເອົາໃຫ້ແມ່ ແລະ ລູກ
ແລ້ວຈຶ່ງເອົາໃສ່ກະເປົາເງິນຂອງຕົນ.

ມື້ເງິນເດືອນອອກ
ພໍ່ບໍ່ພາພວກຂ້ອຍໄປຊັອບປີ້ງ,
ບໍ່ພາໄປກິນເຂົ້ານອກເຮືອນ,
ບໍ່ພາໄປໃສເລີຍ.
ແຕ່ຈະພາໄປມື້ທຳມະດາ, ທີ່ມີເງິນພໍຕິດກະເປົາ
ເຫດຜົນຂອງພໍ່
ແມ່ນເຮົາຈະສັ່ງອາຫານໜ້ອຍລົງ,
ຊື້ເຄື່ອງໜ້ອຍລົງ ຕາມຈຳນວນເງິນໃນກະເປົາ.
( ແຕ່ບາງຄັ້ງ ຂ້ອຍເຫັນພໍ່ຊື້ສິ່ງທີ່ຄອບຄົວຢາກໄດ້
ໂດຍທີ່ຕົນເອງບໍ່ເອົາຫຍັງເລີຍ)

ພໍ່ບໍ່ພາພວກຂ້ອຍໄປທ່ອງທ່ຽວ
ໃນຊ່ວງທີ່ໄດ້ເງິນເປັນຫົວ ຫຼື ທ້ອນເງິນໄດ້ຫຼາຍໆ
ແຕ່ຈະພາໄປຊ່ວງທີ່ ມີເງິນພໍດີຄ່າເດີນທາງ, ຄ່າກິນຢູ່ ເທົ່ານັ້ນ
ເຫດຜົນແມ່ນ...
ໄປຊ່ວງທີ່ສາມາດພັກວຽກໄດ້ ໂດຍບໍ່ຖິ້ມພາລະໄວ້ໃຫ້ຄົນອື່ນ
ສະພາບຮ່າງກາຍແຂງແຮງ ພ້ອມອອກເດີນທາງ.
ໄປແບບປະຢັດ , ໄດ້ຍ່າງ , ໄດ້ແລ່ນ , ໄດ້ລຸຍ
ໄດ້ທັງຄວາມມ່ວນຊື່ນ , ໄດ້ເຫັນສະຖານທີ່ໃໝ່ໆ,
ໄດ້ປະສົບການ ແລະ ໄດ້ອອກກຳລັງກາຍພ້ອມ.
ເຖິງບໍ່ໄດ້ໄປຫຼາຍບ່ອນ
ແຕ່ທຸກໆບ່ອນ ພວກເຮົາມີເວລາເຫຼືອເຟືອ
ທີ່ຈະເລາະທ່ຽວຊົມໃຫ້ທົ່ວເຖິງທຸກໆມຸມ.

ໄປພັກເຊົາຢູ່ໃສກໍ່ຕາມ
ຕື່ນເຊົ້າມາ
ພໍ່ຈະບອກໃຫ້ດຶງຜ້າປູບ່ອນນອນ
ມ້ຽນພັບຜ້າຫົ່ມ, ໝອນ ໃຫ້ເປັນລະບຽບ,
ກິນຫຍັງຕ້ອງມ້ຽນມັດໃຫ້ສະອາດ ບໍ່ໃຫ້ເຮັດຫ້ອງຮົກຊະຊາຍ
ເປັນການໃຫ້ກຽດຜູ້ອະນາໄມຫ້ອງພັກ.
ພໍ່ຍິ້ມ ແລ້ວເວົ້າວ່າ
“ ພວກເຮົາເປັນ ຕົວແທນຄົນລາວທັງປະເທດພຸ້ນໄດ໋ !
ຄັນເຮັດຮົກຊະຊາຍ ເຂົາຈະປະຈານວ່າແມ່ນຄົນລາວ
ບໍ່ແມ່ນປະຈານແຕ່ພວກເຮົາເທົ່ານັ້ນ ”

ຕອນໄປກິນເຂົ້າຢູ່ຮ້ານອາຫານ
ພໍ່ຈະເລືອກບ່ອນນັ່ງໃຫ້ຕົນເອງກ່ອນ
ແລ້ວເລືອກໃຫ້ແມ່ນັ່ງມຸມທີ່ສະບາຍ, ບັນຍາກາດດີທີ່ສຸດ.
ຫ້າມພວກຂ້ອຍໃຊ້ທິຊຊູ່ຂອງຮ້ານ ແບບສິ້ນເປືອງ,
ພໍ່ວ່າ ນອກຈາກສິ້ນເປືອງໂດຍໄຮ້ປະໂຫຍດແລ້ວ
ຍັງເສຍມາລະຍາດ ພ້ອມທັງສະທ້ອນໄປຮອດການບອກສອນຂອງຕົ້ນຕະກູນ.
ທຸກໆເທື່ອທີ່ກິນແລ້ວ
ພໍ່ຈະມ້ຽນຖ້ວຍ,ຈານ ໃຫ້ເປັນລະບຽບ ໄວ້ແຈໂຕະ,
ເອົາທິຊຊູ່ດ້ານທີ່ສະອາດ ຊຸບນ້ຳໜ້ອຍໜຶ່ງ ເຊັດໂຕະພ້ອມ .
ກ່ອນຈະອອກຈາກຮ້ານ
ນອກຈາກກວດຊັບສິນ ບໍ່ໃຫ້ຫຼົງລືມແລ້ວ
ໃຫ້ຍູ້ຕັ່ງເຂົ້າຄືນເປັນລະບຽບ,
ເພື່ອພະນັກງານໃນຮ້ານ ແລະ ລູກຄ້າ ຍ່າງຜ່ານໄປມາໄດ້ຢ່າງສະດວກ .
ຕອນທີ່ພໍ່ຈົກກະເປົາເງິນອອກມາ ຈະຈ່າຍຄ່າອາຫານ
ບາງເທື່ອ ຂ້ອຍເຫັນເສດຂີ້ເຫຍື້ອທີ່ພໍ່ເອົາໃສ່ຖົງໂສ້ງ ເຊັ່ນ:
ຖົງເຂົ້າໜົມອົມ, ຖົງຫຸ້ມຝາຕຸກນ້ຳດື່ມ ...
ເຮັດໃຫ້ຂ້ອຍຮູ້ເລີຍວ່າ
ແມ້ແຕ່ເສດຂີ້ເຫຍື້ອນ້ອຍໆແບບນີ້ ພໍ່ກໍ່ບໍ່ຖິ້ມຊະຊາຍ.

ຕອນຍັງນ້ອຍ
ພວກຂ້ອຍລຳຄານນຳຄຳສອນທີ່ຫຍຸ້ງຍາກຍິກຍ່ອຍຂອງພໍ່
ແຕ່ພໍ່ກໍ່ອົດທົນ
ຄ່ອຍບອກຄ່ອຍສອນ ແລະ ເຮັດໃຫ້ພວກຂ້ອຍເຫັນເປັນຕົວຢ່າງ,
ພ້ອມທັງມີການຖາມ-ຕອບ
ໃຫ້ພວກຂ້ອຍມີສ່ວນຮ່ວມນຳ ເຊັ່ນ :

“ ຖ້າໂຮງແຮມນີ້, ຮ້ານອາຫານນີ້ແມ່ນຂອງລູກ
ແລ້ວມີແຂກມາເຮັດຮົກ ເຮັດເປື້ອນໃສ່ແບບນີ້ ລູກມັກບໍ່? ”

“ ຜູ້ໜ້າຕາຈົບງາມ ແຕ່ບໍ່ມີມາລະຍາດໃນໂຕະອາຫານ ລູກຈະຍ້ອງວ່າເຂົາເຈົ້າຜູ້ງາມ ເຈົ້າຊູ້ບໍ່? ”
( ພ້ອມທັງເຮັດທ່າທາງການກິນແບບບໍ່ມີມາລະຍາດໃຫ້ເບິ່ງ )
ພວກຂ້ອຍພາກັນຫົວຂວັນສະອິກສະອ້ອຍ,

ພໍ່ຍັງຖາມອີກວ່າ : “ ປະເທດນີ້ແມ່ນຂອງໃຜ? ”
( ພວກຂ້ອຍຕອບ “ຂອງພວກເຮົາ” )
“ ຖ້າເຮົາບໍ່ຮັກສາ ແລ້ວແມ່ນໃຜຈະມາຮັກສາໃຫ້ເຮົາ? ”

" ເສດຂີ້ເຫຍື້ອນ້ອຍໆ ຊ່ຳຖົງເຂົ້າໜົມອັນໜຶ່ງ
ຖືກຖິ້ມລົງພື້ນ ອາດຈະເບິ່ງເກືອບບໍ່ເຫັນ,
ແຕ່ຖ້າຄົນລາວທັງປະເທດຖິ້ມພ້ອມກັນ
ລູກຮູ້ບໍ່ວ່າມັນຈະກາຍເປັນຂີ້ເຫຍື້ອຈຳນວນມະຫາສານ
ຊ່ຳພູໃຫຍ່ໆ ກາຍຫຼັງຄາເຮືອນເຮົາໄປອີກ!! "
( ເຮັດທ່າທາງປະກອບໃຫ້ພວກຂ້ອຍຕື່ນຕົກໃຈໄປນຳ )

“ ເລື່ອງນ້ອຍໆຫັ້ນແຫຼະ ມັນຈະເປັນຊ່ອງວ່າງເຮັດໃຫ້ເກີດເປັນເລື່ອງໃຫຍ່! ”

ທຸກໆເທື່ອທີ່ຕອບຄຳຖາມຂອງພໍ່
ຈະເຮັດໃຫ້ພວກຂ້ອຍ ໄດ້ຄຳຕອບໃຫ້ຕົນເອງນຳ.

ພໍ່ບອກສະເໝີວ່າ :

“ ຢ່າໄປແນມເຈາະຈົງເບິ່ງຄົນເຮັດຜິດ ແລະ ວິຈານເຂົາເຈົ້າ
ແຕ່ຈົງຫຼຽວເບິ່ງເຂົາ ແລ້ວກັບມາເບິ່ງຕົວເຮົາ ວ່າເຮັດແບບດຽວກັບເຂົາຫຼືບໍ່?
ຖ້າບໍ່ເຄີຍເຮັດ..
ກໍ່ບໍ່ຕ້ອງເຮັດ ເປັນຕົວຢ່າງໃຫ້ໃຜເຮັດຕາມ ຫຼື ວິຈານເຮົາ.

ຖ້າເຄີຍເຮັດ.. ກໍ່ຈົ່ງຢຸດເຊົາຕັ້ງແຕ່ດຽວນີ້ ວິນາທີນີ້ !! "

" ຖ້າລູກເຫັນຄົນລ່ວງໄຟແດງ ໃຫ້ລູກຢຸດ! ຢ່າເຮັດນຳເຂົາ,
ເພາະຖ້າລູກເຮັດນຳ
ຄົນທີ່ຢູ່ທາງຫຼັງ ເຂົາກໍ່ເຮັດນຳລູກ,
ຖ້າລູກຢຸດ
ແລ້ວມີຄົນລ່ວງໄຟແດງໄປອີກຕື່ມກໍ່ຊ່າງເຂົາ
ແຕ່ຄົນທີ່ຢຸດນຳເຮົາ ກໍ່ມີຈຳນວນບໍ່ໜ້ອຍຄືກັນ ”

“ ທຸກສິ່ງທຸກຢ່າງຈົ່ງເລີ່ມຕົ້ນທີ່ຕົວເຮົາ
ຢ່າມົວແຕ່ໄປວິຈານເຂົາ,
ຈົນລືມວ່າເຮົາເອງ ກໍ່ມີຂໍ້ເສຍຢູ່ຫຼວງຫຼາຍ ”

----------------------------------------------------------

ພໍ່ເປັນແບບຢ່າງທີ່ດີໃຫ້ພວກຂ້ອຍສະເໝີ
ເຖິງເພິ່ນຈະຈາກໄປໄກແສນໄກ
ແຕ່ຄຳສອນທຸກໆຄຳ
ຍັງຕິດຢູ່ໃນໃຈລູກຫຼານ

ບໍ່ເຄີຍລືມເລືອນ..

ความคิดเห็น

โพสต์ยอดนิยมจากบล็อกนี้

ບູຮານຄະດີ ແລະ ປະຫວັດສາດລາວ “ສັງລວມ ຊະຕາກຳຂອງແຜ່ນດິນລາວ

ຮິດສິບສອງຄອງສິບສີ່

Learn English Online